ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນ​ເດຍ ຕິດ​ຕັ້ງ​ລູກ​ສອນ​ໄຟ​ປ່ອຍ​ນຳ​ວິຖີ​ໃສ່​ເຮືອ​ສູ້​ຮົບ​ ລຸ້ນ D68 INS Imphal

     ສຳນັກ​ຂ່າວ​ຕາສ ຣັດເຊຍ ​ລາຍງານ​ໂດຍ​ອ້າງ​ຈາກ​ການ​ລາຍ​ງານ​ຂອງ​ກອງທັບ​ອິນ​ເດຍ​ວ່າ: ກອງທັບ​ອິນ​ເດຍ​ໄດ້​ດຳເນີນ​ການ​ຕິດ​ຕັ້ງ​
ລູກ​ສອນ​ໄຟ​ປ່ອຍ​ນຳ​ວິຖີ​ລຸ້ນ BrahMos-ER ໃສ່​ເຮືອ​ສູ້​ຮົບ​ລຸ້ນ D68 INS Imphal ພ້ອມ​ທັງ​ດຳເນີນ​ການ​ຍິງ​ທົດ​ລອງ.

     ລູກ​ສອນ​ໄຟ​ລຸ້ນ​ດັ່ງກ່າວ, ​ໄດ້​ຖືກ​ຍິງ​ຈາກ​ເຮືອ​ສູ້​ຮົບ​ລຸ້ນ D68 INS Imphal ເຊິ່ງ​ເປັນ​ລຳ​ທີ​ 3 ​ທີ່​ປະຈຳການ​ໃນ​ກອງທັບ​ເຮືອ​ອິນ​
ເດຍ. ລູກ​ສອນ​ໄຟ​ປ່ອຍ​ນຳ​ວິຖີ​ລຸ້ນ BrahMos-ER ຂອງ​ກອງທັບ​ອິນ​ເດຍ​ມີ​ພື້ນຖານ​ການ​ຜະລິດ​ມາ​ຈາກ​ລູກ​ສອນ​ໄຟ​ປ່ອຍ​ນຳ​ວິຖີ​
ຄວາມ​ໄວ​ກວ່າ​ສຽງ​ລຸ້ນ Yakhont (3M-55E) ເຊິ່ງ​ເປັນ​ລຸ້ນ​ສົ່ງ​ອອກ​ລຸ​​ກ​ສອນ​ໄຟ​ປ່ອຍ​ນຳ​ວິຖີ​ ຂອງ​ຣັດ​ເຊຍ. ກອງທັບ​ອິນ​ເດຍ​ໄດ້​
ນຳ​ລູກ​ສອນ​ໄຟ​ ທີ່ຢູ່​ໃນ​ຕະກຸນ​ດຽວ​ກັນ​ ແຕ່​ມີ​ຄຸນ​ນະ​ພາບ​ການ​ໃຊ້​ງານ​ທີ່​ແຕກ​ຕ່າງ​ກັນ​ເຂົ້າ​ປະຈຳການ​ໃນ​ກອງທັບ​ ມາ​ເປັນ​ເວລາ​ຫຼາຍ
ສິບ​ປີ​ແລ້ວ.

     ລູກ​ສອນ​ໄຟ​ລຸ້ນ​ດັ່ງກ່າວ​ນີ້​ມີ​ສະມັດ​ຕະ​ພາບ​ສູງ​​ເໝາະ​ສົມ​ແກ່​ການ​ສະໜັບສະໜູນ​ເຂົ້າ​ໃນ​ພາລະກິດ​ຕໍ່ຕ້ານ​ກັບ​ຝ່າຍ​ກົງກັນຂ້າມ.
ລູກ​ສອນ​ໄຟ​ປ່ອຍ​ນຳ​ວິຖີ​ລຸ້ນ BrahMos-ER ​ມີ​ໄລຍະ​ຍິງ​ໄດ້​ໄກ​ເຖິງ 500 ກິໂລແມັດ ແລະ ມີ​ຄວາມ​ແມ້ນ​ຢຳ​ສູງ​ທີ່​ສຸດ​ໃນ​ການ
​ທຳລາຍ​ເປົ້າ​ໝາຍ. ສ່ວນ​ເຮືອ​ສູ້​ຮົບ​ລຸ້ນ​ທີ່​ຕິດ​ຕັ້ງ​ລູກ​ສອນ​ໄຟ​ດັ່ງກ່າວ​ໃສ່ແມ່ນ​ມີ​ຄວາມ​ຍາວ​ປະມານ 164 ແມັດ, ຄວາມ​ກວ້າງ 18
ແມັດ ສາມາດ​ບັນທຸກ​ອາວຸດ ແລະ ຈຳນວນ​ພົນ​ໄດ້​ຫຼາຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/02/2024